ໂຄງການຝຶກອົບຮົມປະຕິບັດທັມກຳມະຖານ ປະຈຳປີ 2026 ຂອງນັກສຶກສາ ວິທະຍາໄລຄູສົງອົງຕື້
ຂໍເຊີນຮ່ວມງານມະຫາກຸສົນ ໂຄງການຝຶກອົບຮົມປະຕິບັດທັມກຳມະຖານ ປະຈຳປີ 2026 ຂອງນັກສຶກສາ ວິທະຍາໄລຄູສົງອົງຕື້ ຂໍຈະເລີນພອນ ແລະ ຂໍເຊີນຊວນ ພຸດທະສາສະນິກະຊົນ, ອອກຕົນຍາດໂຍມ ແລະ ຜູ້ມີຈິດສັດທາທັງຫຼາຍ ຮ່ວມອະນຸໂມທະນາບຸນ ແລະ ເຂົ້າຮ່ວມກິດຈະກຳ ໃນງານຝຶກອົບຮົມປະຕິບັດທັມກຳມະຖານ ຂອງນັກສຶກສາ ວິທະຍາໄລຄູສົງ ອົງຕື້. ງານຄັ້ງນີ້ຈັດຂຶ້ນເພື່ອສົ່ງເສີມການສຶກສາ ແລະ ປະຕິບັດທັມ ພາກປະຕິບັດ, ຝຶກຝົນຈິດໃຈ ສ້າງສິລິມຸງຄຸນ ໂດຍມີລາຍລະອຽດດັ່ງນີ້: 📍ສະຖານທີ່ຈັດງານ: ວັດປ່າໜອງບົວທອງໃຕ້ (ວັດມະຫາຣຸກຂະວະຣາຣາມ), ບ້ານໜອງບົວທອງໃຕ້, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ. 📅ກຳນົດການ: ວັນທີ 13 – 23 ມັງກອນ 2026: ໄລຍະເວລາການຝຶກອົບຮົມປະຕິບັດທັມກຳມະຖານ. ວັນເສົາ ທີ 24 ມັງກອນ 2026 (ເວລາ 08:00 ໂມງ): ຂໍເຊີນຮ່ວມໃສ່ບາດ ແລະ ຖວາຍສັງຄະທານ ແດ່ພະສົງສາມະເນນຈຳນວນ 100 ອົງ.…
Details



