ເຄື່ອນໄຫວວຽກກິດຈະການນັກສຶກສາ
ເຊີນຮ່ວມງານບຸນປະຕິບັດທຳກໍາມະຖານ
ຂອງນັກສຶກສາປີທີ 3 ວິທະຍາໄລຄູສົງອົງຕື້ ຮ່ວມກັບວັດມະຫາໂພທິຣຸກຂະທັມມາຣາມ ບ້ານສາມສະອາດ ບ້ານນາຊັບ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ
ງານປະຕິບັດທໍາກໍາມະຖານ ແມ່ນຈະໄດ້ຈັດຂື້ນໃນວັນທີ 11-21 ມັງກອນ 2023 ເປັນເວລາ 10 ວັນ
ໃນງານດັ່ງກ່າວແມ່ນ ນັກສຶກສາວິທະຍາໄລຄູສົງອົງຕື້ ປີທີ 3 ສ່ວນປີທີ 2 ກໍສາມາດເຂົ້າຮ່ວມໄດ້ ແລະ ບຸກຄົນທົ່ວໄປສາມາດເຂົ້າຮ່ວມປະຕິບັດໄດ້ຕາມເງື່ອນໄຂ
ຜູ້ເຂົ້າຮ່ວມປະຕິບັດທັມ ປະມານຈໍານວນ 100 ອົງ/ທ່ານ
ສໍາລັບນິສິດນັກສຶກສາ ທີ່ຈະເຂົ້າຮ່ວມງານ ແມ່ນໃຫ້ກະກຽມສໍາພາລະ ກົດເຕັ້ນ ບາດ ເຄື່ອງກັນໜາວແລະທີ່ຈໍາເປັນ ສ່ວນບຸກບຸກຄົນທົ່ວໄປແມ່ນໃຫ້ກະກຽມເຄື່ອງໃຊ້ທີ່ຈໍາເປັນເຊັ່ນກັນ
ການເດີນທາງແມ່ນໃຫ້ນັກສຶກສາປີທີ 3 ທຸກອົງ ຂື້ນລົດຢູ່ວິທີ່ວິທະຍາໄລຄູສົງອົງຕື້ ໃນວັນທີ 10 ມັງກອນ 2023 ເວລາ 13:30 ສ່ວນຜູ້ທີ່ມີເງື່ນໄຂກໍສາມາດເດີນທາງໄປເອງໄດ້ ຫຼື ເດີນທາງໄປກ່ອນລ່ວງໜ້າໄດ້ຕາມສະດວກ
ເຊີນຮ່ວມເປັນເຈົ້າພາບເຈົ້າສັດທາ ຖວາຍນໍ້າປານະ ແລະ ອາຫານ ຕາມກໍາລັງສັດທາ