ກົດລະບຽບຂອງ ຂອງນັກສຶກສາ ວິທະຍາໄລຄູສົງອົງຕື້

 ກົດລະບຽບການຂອງວິທະຍາໄລຄູສົງອົງຕື້ (ສະບັບປັບປຸງ)

  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງວິທະຍາໄລຄູ ສົງອົງຕື້ ສະບັບເລກທີ 6824 / ສສກ,ລົງວັນທີ  18  ທັນວາ 2020;
  • ອິງຕາມ ທໍາມະນູນສົງລາວ(ສະບັບປັບປຸງ) ເລກ ທີ 055/ ອພສ,ລົງວັນທີ 20 ທັນວາ 2018;
  • ອິງຕາມ ກອງປະຊຸມຂອງຄະນະອໍານວຍການ, ຫົວໜ້າພະແນກ ແລະ ພາກວິຊາ ຄັ້ງວັນທີ 16 ພະຈິກ

ເພື່ອເຮັດໃຫ້ການຄຸ້ມຄອງນິສິດນັກສຶກສາ ວິທະຍາໄລຄູ ສົງອົງຕື້ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຊັດເຈນ ໃນທາງນິຕິກໍາ ເພື່ອເປັນມາດຖານຕົວຊີ້ວັດ ແລະ ການລົງວິໄນຂອງຜູ້ກະທໍາຜິດ ພ້ອມນັ້ນ ກໍຍ້ອງຍໍສົ່ງເສີມບຸກຄົນທີ່ປະພືດດີ ມີວິໄນ ແລະ ມີຜົນງານໃນການເຄື່ອນໄຫວວຽກງານ ຮ່ວມກັບອົງການຈັດຕັ້ງຕ່າງໆ ບໍ່ວ່າຈະຢູ່ພາຍໃນ ຫລື ນອກວິທະຍາໄລຄູສົງອົງຕື້.

ກົດລະບຽບການຂອງນິສິດນັກສຶກສາ ວິທະຍາໄລຄູສົງອົງຕື້

ໝວດທີ I

ບົດບັນຍັດທົົ່ວໄປ

 

 

ກົດລະບຽບຂອງນິສິດນັກສຶກສາ ວິທະຍາໄລຄູສົງອົງຕື້ ສະບັບນີ້ສ້າງຂຶ້ນເພື່ອ : ເປັນແນວທາງໃນການສຶກສາອົບຮົມ ແນວຄິດ, ການປະພືດ ຂອງນິສິດນັກສຶກສາ ຕາມກົດລະບຽບຂອງວິທະຍາໄລຄູສົງອົງຕື້;ເປັນນິຕິກໍາໃນການຄຸ້ມຄອງນິສິດນັກສຶກສາ ໃຫ້ມີຄວາມເປັນລະບຽບ ແລະ ຄວາມເປັນເອກະພາບ ໃນການເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆ ໃນໄລຍະທີ່ເປັນນິສິດນັກສຶກສາ ຂອງວິທະຍາໄລຄູສົງອົງຕື້;

ໃຫ້ນິສິດນັກສຶກສາທຸກອົງ/ທ່ານ ໄດ້ຮັບຮູ້ຂໍ້ມູນຂ່າວສານ, ຄົ້ນຄວ້າຮໍ່າຮຽນ, ປະກອບສ່ວນເຂົ້າໃນກິດຈະການຕ່າງໆ ທີ່ວິທະຍາໄລຄູສົງອົງຕື້ກຳນົດໄວ້ ໃຫ້ເປັນເອກະພາບ ແລະ ມີຄວາມຍຸຕິທຳ.

 

ນິສິດນັກສຶກສາ ນອກຈາກປະພຶດປະຕິບັດ ຕາມຫຼັກພຣະທຳວິໄນແລ້ວ ຕ້ອງປະຕິບັດຕາມຂໍ້ກຳນົດ ສິດ, ໜ້າທີ່ ແລະ ພັນທະ ຂອງວິທະຍາໄລຄູສົງອົງຕື້ ທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ.

ມາດຕາ 3 ການຄຸ້ມຄອງນິສິດນັກສຶກສາ

ການຄຸ້ມຄອງນິສິດນັກສຶກສາ ພາຍໃນວິທະຍາໄລຄູສົງອົງຕື້ ຢູ່ພາຍໃຕ້ການນຳພາ ຊີ້ນຳ ໂດຍລວມ ຂອງຄະນະພັກ, ຄະນະອຳນວຍການ, ພະແນກກິດຈະການນັກສຶກສາ, ໜ່ວຍງານຄຸ້ມຄອງນັກສຶກສາ, ຄູປະຈຳຫ້ອງ, ຄະນະປະທານນັກສຶກສາ, ຄະນະຫ້ອງ, ຫົວໜ້າໜ່ວຍ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ.

ສິດ

ນິສິດນັກສຶກສາ ວິທະຍາໄລຄູສົງອົງຕື້ ມີສິດດັ່ງນີ້:

  1. ໄດ້ເຂົ້າຮຽນ ໃຫ້ຖືກຕ້ອງຕາມສາຍຮຽນ ທີ່ຕົນເອງໄດ້ຜ່ານການສອບເສັງຄັດເລືອກ;
  2. ໄດ້ຮັບຄວາມສະເໝີພາບ ໃນການສຶກສາຮຽນຮູ້ ຄົ້ນຄວ້າ ແລະ ການສະແຫວງຫາຄວາມກ້າວໜ້າ;
  3. ໄດ້ຮັບຟັງການເຜີຍແຜ່ກົດລະບຽບກ່ຽວກັບການຮ່ຳຮຽນ, ການເຝິກງານ ແລະ ເອກະສານດ້ານນະໂຍບາຍຕ່າງໆ

ຂອງພັກ-ລັດ ທີ່ມີການພົວພັນເຖິງນັກສຶກສາ;

  1. ສະເໜີ, ປະກອບຄຳເຫັນຕ່າງໆ ຕໍ່ວິທະຍາໄລຄູສົງອົງຕື້ ເຊັ່ນ: ການສິດສອນຂອງ ຄູ ອາຈານ, ການຄົ້ນຄ້ວາ

ຮໍາຮຽນ, ການດໍາລົງຊີວິດ ແລະ ການເຄື່ອນໄຫວດ້ານກິດຈະການຕ່າງໆ;

  1. ນິສິດນັກສຶກສາ ສາມາດເປັນຕົວແທນເຂົ້າຮ່ວມ ກິດຈະກຳຕ່າງໆ ຕາມການແຕ່ງຕັ້ງ ຂອງວິທະຍາໄລຄູສົງອົງຕື້;
  2. ນິສິດນັກສຶກສາ ສາມາດຂໍລາພັກ ໃນເວລາທີ່ມີຄວາມຈຳເປັນທາງດ້ານສຸຂະພາບ, ຄອບຄົວ ແລະ ສາສະນະກິດ

ແຕ່ຕ້ອງໄດ້ຮັບອະນຸຍາດຈາກ ວຄສ.ອຕ ຕາມຂັ້ນຕອນ;

  1. ໄດ້ຮັບໃບຢັ້ງຢືນ ແລະ ປະກາສະນິຍະບັດ ເມື່ອສຳເລັດການສຶກສາ;
  2. ໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍອື່ນໆ ຕາມລະບຽບການ;
  3. ເຂົ້າເປັນສະມາຊິກ ຂອງອົງການຈັດຕັ້ງມະຫາຊົນ ຕາມລະບຽບການ;
  4. ໃຊ້ສິດອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ພັນທະ

ນິສິດນັກສຶກສາ ວິທະຍາໄລຄູສົງອົງຕື້ ມີພັນທະດັ່ງນີ້:

  1. ເຄົາລົບ ພຣະທຳວິໄນ, ທຳມະນູນສົງ, ປະຕິບັດຕາມກົດໝາຍ ແລະ ລະບຽບການ ຂອງວິທະຍາໄລຄູສົງອົງຕື້ ຢ່າງເຂັ້ມງວດ;
  2. ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ໃນວິທະຍາໄລຄູສົງອົງຕື້ ແລະ ສັງຄົມ;
  3. ພັດທະນາຕົນເອງ ໃຫ້ມີຄວາມຮູ້ ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ ແລະ ຮຽນໃຫ້ສຳເລັດ;
  4. ເຂົ້າຮ່ວມການເຄື່ອນໄຫວ ກິດຈະກຳຕ່າງໆ ຂອງວິທະຍາໄລຄູສົງອົງຕື້ ລວມທັງກິດຈະກຳສາທາລະນະປະໂຫຍດ;
  5. ເຄົາລົບມະຕິ, ປະຕິບັດ ຄຳສັ່ງ ຂອງວິທະຍາໄລຄູສົງອົງຕື້, ຄູ-ອາຈານ ແລະ ຜູ້ປົກຄອງ;
  6. ປົກປັກຮັກສາ ຊັບສິນສ່ວນລວມ ແລະ ສະພາບແວດລ້ອມ ຂອງວິທະຍາໄລຄູສົງອົງຕື້;
  7. ສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການຮຽນຮູ້ ແລະ ການເຄື່ອນໄຫວອື່ນໆ;
  8. ເສຍຄ່າທຳນຽມ ຕາມລະບຽບການ ທີ່ວິທະຍາໄລຄູສົງອົງຕື້ ກຳນົດໄວ້;
  9. ປະຕິບັດພັນທະອື່ນໆ ຕາມກົດໝາຍ ແລະ ລະບຽບການ ຂອງວິທະຍາໄລຄູສົງອົງຕື້.

ລະບຽບການ ນິສິດນັກສຶກສາ ທີ່ເປັນເພດບັນພະຊິດ / ຄະຣາວາດ

ລະບຽບການ ນິສິດນັກສຶກສາ ທີ່ເປັນເພດບັນພະຊິດ / ຄະຣາວາດ ມີດັ່ງນີ້:

  1. ນິສິດນັກສຶກສາບັນພະຊິດ ຕ້ອງໄດ້ແຖຜົມ, ຄິ້ວ ຕາມພຣະທຳວິໄນ ແລະ ທຳມະນູນສົງ ກຳນົດໄວ້;
  2. ຕ້ອງຄຸມຜ້າສີ ເຫຼືອງສົ້ມ, ເຫຼືອງທອງ, ຖ້າເປັນພຣະກໍໃຫ້ຄຸມບິດລົດໄຫຼ່ ຖ້າເປັນສາມະເນນໃຫ້ຄຸມມັດເອິກ ເປັນປະລິມົນທົນ (ຜ້າມັດຕ້ອງເປັນສີດຽວກັນກັບຜ້າຈີວອນ) ໃຫ້ໃສ່ເກີບສຸບ ທີ່ເໝາະສົມຕາມສະມະນະເພດ (ບໍ່ໃຫ້ໃສ່ເກີບຄີບ, ເກີບແຕະ ແລະ ເກີບຮັດສົ້ນ) ;
  3. ກໍລະນີ ນິສິດນັກສຶກສາຄະລາວາດ ຕ້ອງໄວ້ຊົງຜົມສັ້ນ ແລະ ການແຕ່ງກາຍສຸພາບ (ໂສ້ງຂາຍາວສຸພາບ ສີດໍາ, ຫຼື ສີກົມ, ເສື້ອເຊີດສີຂາວແຂນສັ້ນ ຫຼື  ແຂນຍາວ, ເກີບຂັດມັນສີດໍາ  ແລະ ສາຍແອວສີດໍາ).

 ການລາພັກຂອງນິສິດນັກສຶກສາ

ນິສິດນັກສຶກສາ ຕ້ອງຂຽນໃບຄຳຮ້ອງຕາມແບບຟອມ ທີ່ວິທະຍາໄລຄູສົງອົງຕື້ ກຳນົດໄວ້ ດັ່ງນີ້:

  1. ລາພັກ 1 – 2 ວັນ ຂໍອະນຸຍາດຂັ້ນ ຄະນະຫ້ອງ ແລະ ຄູປະຈໍາຫ້ອງ;
  2. ລາພັກ 3 – 5 ວັນ ຂໍອະນຸຍາດຂັ້ນ ພະແນກກິດຈະການ ໂດຍຜ່ານ ຄະນະຫ້ອງ ແລະ ຄູປະຈໍາຫ້ອງ;
  3. ລາພັກ 2 ອາທິດ ຂຶ້ນໄປ ຕ້ອງໄດ້ຂໍອະນຸມັດຂັ້ນ ຄະນະອໍານວຍການ.

ມາດຕາ 8 ການປະຕິບັດໂມງເວລາ ຂອງນິສິດນັກສຶກສາ  
ການປະຕິບັດໂມງເວລາ ຂອງວິທະຍາໄລຄູສົງອົງຕື້ ມີດັ່ງນີ້:

  1. ເວລາເຂົ້າຮຽນພາກເຊົ້າ 08:00-11:30 ໂມງ (ມາຊ້າເກີນ 10 ນາທີ ແມ່ນບໍ່ອະນຸຍາດໃຫ້ເຂົ້າຫ້ອງຮຽນ);
  2. ເວລາເຂົ້າຮຽນພາກບ່າຍ 12:20-16:30 ໂມງ (ມາຊ້າເກີນ 10 ນາທີ ແມ່ນບໍ່ອະນຸຍາດໃຫ້ເຂົ້າຫ້ອງຮຽນ);
  3. ກໍລະນີມີການຈັດກິດຈະກຳ, ສໍາມະນາ, ປະຊຸມ, ເຝີກອົບຮົມ ໃຫ້ມາຮອດສະຖານທີ່ ກ່ອນເວລາທີ່ກຳນົດໄວ້ໃນແຈ້ງການ 10​ ນາທີ.

ຂໍ້ຫ້າມທົ່ວໄປ ຂອງນິສິດນັກສຶກສາ ວິທະຍາໄລຄູສົງອົງຕື້

           ນິສິດນັກສຶກສາ ຕ້ອງປະຕິບັດຕາມຂໍ້ຫ້າມ ດັ່ງນີ້:

  1. ທຸກການກະທໍາທີ່ຜິດຕໍ່ ພຣະທໍາມະວິໄນ, ທໍາມະນູນສົງລາວ ແລະ ກົດໝາຍແຫ່ງ ສປປ ລາວ (ກົດໝາຍແພ່ງ, ອາຍາ);
  2. ທຸກການກະທໍາຜິດຕໍ່ລະບຽບ ຂອງວິທະຍາໄລຄູສົງອົງຕື້;
  3. ນໍາເອົາ ຫຼື ມີອາວຸດສົງຄາມທຸກຊະນິດ ຢູ່ໃນການຄອບຄອງພາຍໃນ ແລະ ນອກ ວິທະຍາໄລຄູສົງອົງຕື້ ເພື່ອນາບຂູ່ຜູ້ອື່ນ;
  4. ປອມແປງ ລາຍເຊັນ ແລະ ເອກະສານຕ່າງໆ;
  5. ບໍ່ໃຫ້ລັກໂລບ, ປຸ້ນຊະດົມ, ຍາດຊິງ, ຊິງເອົາ ສິ່ງຂອງສ່ວນລວມ ຫຼື ຂອງຜູ້ອື່ນ ມາເປັນຂອງສ່ວນຕົວ;
  6. ບໍ່ໃຫ້ສັນ ອາຫານ ແລະ ໝາກໄມ້ ທຸກຊະນິດ ໃນເວລາຮຽນ;
  7. ບໍ່ໃຫ້ສ້າງຄວາມບໍ່ສະຫງົບ ເຊັ່ນ: ບໍ່ກໍ່ກວນອາລະວາດຕີກັນ ພາຍໃນ ແລະ ນອກ ວິທະຍາໄລຄູສົງອົງຕື້;
  8. ບໍ່ໃຫ້ຫຼິ້ນການພະນັນທຸກປະເພດ ຈະຫຼິ້ນເອົາເງິນ ຫຼື  ບໍ່ຫຼິ້ນເອົາເງິນກໍຕາມ;
  9. ບໍ່ໃຫ້ຕົວະຢົວະ, ຕົ້ມຕຸ໋ນ, ຫຼອກລວງ, ອວດອົົ່ງທະນົງຕົວ ແລະ ສວຍໃຊ້ອໍານາດຂອງຕົນ ເພື່ອນາບຂູ່ຄົນອື່ນ;
  10. ບໍ່ໃຫ້ນໍາເອົາທາດເຫຼົ້າ, ສິ່ງມືນເມົາ, ສິ່ງເສບຕິດ ແລະ ສານລະເຫີຍ ທຸກປະເພດ ເຂົ້າມາໃນວິທະຍາໄລຄູສົງອົງ ຕື້;
  11. ບໍ່ໃຫ້ນໍາໃຊ້ສື່ສັງຄົມອອນລາຍ ທີ່ສ້າງຄວາມເສື່ອມເສຍ ຕໍ່ວິທະຍາໄລຄູສົງ ແລະ ອົງການຈັດຕັ້ງອື່ນໆ;
  12. ບໍ່ໃຫ້ລ່ວງລະເມີດສິດທິ ແລະ ສ້າງຄວາມເສື່ອມເສຍ ຕໍ່ຜູ້ອື່ນ ໄດ້ຮັບຄວາມເສຍຫາຍທາງດ້ານ ວັດຖຸ, ຈິດໃຈ ແລະ ຊື່ສຽງ;
  13. ບໍ່ໃຫ້ທໍາລາຍວັດຖຸສິ່ງຂອງສ່ວນລວມ ແລະ ສາສະນະສະຖານ, ເສນາສະນະ ເຊັ່ນ: ອາຄານຮຽນ, ໂຕະ, ຕັ່ງ, ແຈ້ງການ ແລະ ອື່ນໆ;
  14. ບໍ່ໃຫ້ປົກປິດຄວາມຜິດ ຂອງຕົນເອງ ແລະ ໝູ່ເພື່ອນ;
  15. ບໍ່ໃຫ້ຂາດເຂົ້າຮ່ວມ ປະຊຸມ, ກິດຈະກໍາ, ສໍາຫຼວດຫ້ອງ, ອອກແຮງງານລວມ, ເວນຍາມຕາມການມອບໝາຍ;
  16. ບໍ່ໃຫ້ ເຂົ້າ-ອອກ ຫ້ອງຮຽນ ທາງປ່ອງຢ້ຽມ ແລະ ບໍ່ສ້າງຄວາມເປືະເປື້ອນ ທາງພາຍໃນ ແລະ ນອກ ອາຄານຮຽນ;
  17. ບໍ່ໃຫ້ນໍາໃຊ້ເຄື່ອງສື່ສານເອເລັກໂຕນິກ ແລະ ບໍ່ໃຊ້ສຽງດັງເກີນຂອບເຂດ ລົບກວນໃນເວລາຮຽນ;
  18. ບໍ່ໃຫ້ພາຄົນນອກເຂົ້້າມາຫ້ອງຮຽນ, ຕັ້ງກຸ່ມ, ບໍ່ປະກອບຕິຣັດສານວິຊາ ທີ່ບໍ່ສອດຄ່ອງກັບຫຼັກພຣະທໍາວິໄນ ແລະ ບໍ່ ໃຫ້ເຄື່ອນໄຫວກິດຈະກໍາໃດໜຶ່ງ ໂດຍບໍ່ໄດ້ຮັບອະນຸຍາດ;
  19. ບໍ່ໃຫ້ເປີດໄຟຟ້າ, ພັດລົມ, ປະຕູ, ປ່ອງຢ້ຽມ ແລະ ນໍ້າປະປາ ຫຼັງຈາກເລີກຮຽນ;
  20. ກໍລະນີນິສິດນັກສຶກສາ ເປັນຄະຣາວາດ ບໍ່ໃຫ້ນຸ່ງໂສ້ງຂາເດັບ, ຍ້ອມຜົມແດງ, ຈົົ່ງຜົມຍາວ,ຈົົ່ງໜວດເຄົາໃສ່ເກີບແຕະ ແລະ ໃສ່ຕຸ້ມຫູ;
  21. ບໍ່ໃຫ້ຂາດໂຮງຮຽນ ເປັນເວລາ 2 ອາທິດ ຕິດຕໍ່ກັນ ໂດຍບໍ່ໄດ້ຮັບອະນຸຍາດຈາກ ວິທະຍາໄລຄູສົງອົງຕື້;
  22. ບໍ່ໃຫ້ແກ້ຜ້າຄຸມ – ຜ້າບ່ຽງ ແລະ ບໍ່ໃຫ້ຄຸມຜ້າໃນຂະນະ ທີ່ຄູຂຶ້ນຫ້ອງສອນ;
  23. ບໍ່ໃຫ້ຂາດການເຂົ້າຮ່ວມ ຝຶກຄອງວິປັດສະນາ ກໍາມະຖານ, ຝຶກປະສົບການ ແລະ ຝຶກຫັດວິຊາຊີບຄູ;
  24. ບໍ່ໃຫ້ອວດອຸດຕະຣິມະນຸດສະທໍາ ທີ່ບໍ່ມີໃນຕົນ ທີ່ຂັດຕໍ່ພຣະທໍາວິໄນ ແລະ ທໍາມະນູນສົງລາວ;

ນັກສຶກສາແຕ່ລະອົງ/ທ່ານ ຈະໄດ້ຄະແນນພາກຮຽນ I ອົງ/ທ່ານ ລະ 250

ຖ້ານິສິດນັກສຶກສາກະທໍາຜິດຕໍ່ລະບຽບ ຂອງວິທະຍາໄລຄູສົງອົງຕື້  ຈະຖືກຕັດຄະແນນຄຸນສົມບັດຕາມເງື່ອນໄຂດັ່ງລຸ່ມນີ້:

 

  1. ວ່າດ້ວຍລະບຽບທົົ່ວໄປ
ລ/ດ ປະເພດຂອງການກະທໍາຜິດ ຄະແນນຕັດ
1 ຕໍ່ກົດໝາຍບ້ານເມືອງແຫ່ງ ສປປລາວ, ຜິດຕໍ່ພຣະທໍາ-ວິໄນ ແລະ ທໍາມະນູນສົງລາວ 250
2 ເສບຢາເສບຕິດ ຫຼື ມີຢາເສບຕິດຢູ່ໃນການຄອບຄອງ 250
3 ນໍາເອົາອາວຸດສົງຄາມທຸກຊະນິດຢູ່ໄວຄອບຄອງໃນ ຫຼື  ນອກວັດກໍຕາມ 250
4 ລັກປອມແປງເອກະສານ ແລະ ລາຍເຊັນຕ່າງໆ 250
5 ລະບຽບຂອງວິທະຍາໄລຄູສົງອົງຕື້ 200
6  ສ້າງຄວາມບໍ່ສະຫງົບເຊັ່ນ : ກໍ່ກວນອາລະວາດຕີກັນຢູ່ໃນ ຫຼື ນອກວິທະຍາໄລຄູສົງອົງຕື້ 200
7 ຕົວະຢົວະ, ຕົ້ມຕຸ໋ນ, ຫຼອກລວງ, ອວດອົົ່ງທະນົງຕົວ ແລະ ສວຍໃຊ້ອໍານາດຂອງຕົນ ເພື່ອນາບຂູ່ຄົນອື່ນ; 200
8  ຫຼິ້ນການພະນັນທຸກປະເພດຈະຫຼິ້ນເອົາເງິນ ຫຼື  ບໍ່ຫຼິ້ນເອົາເງິນກໍຕາມ 150
9 ນໍາເອົາທາດເຫຼົ້າ, ສິ່ງມືນເມົາ, ສິ່ງເສບຕິດ ແລະ ສານລະເຫີຍ ທຸກປະເພດ ເຂົ້າມາໃນວິທະຍາໄລຄູສົງອົງຕື້; 100
10 ສ້າງຄວາມເຊື່ອມເສຍໃຫ້ແກ່ວິທະຍາໄລຄູສົງ ແລະ  ອົງການຈັດຕັ້ງໃດໜຶ່ງ ເຊັ່ນ: ການນໍາໃຊ້ສື່ສັງຄົມອອນລາຍທີ່ບໍ່ເໝາະສົມ ແລະ ອື່ນໆ 100
11 ທໍາລາຍວັດຖຸສິ່ງຂອງສ່ວນລວມ(ໂຕະ,ຕັ່ງ,ອາຄານ,ສາສະນະສະຖານ ເສນາສະນະ, ທໍາລາຍປ້າຍ, ແຈ້ງການ ແລະ ປະກາດອື່ນໆ 100
12  ລ່ວງລະເມີດສິດຂອງຜູ້ອື່ນ ເຮັດໃຫ້ຜູ້ອື່ນໄດ້ຮັບຄວາມເສຍຫາຍທາງດ້ານວັດຖຸ, ຈິດໃຈ ແລະ ຊື່ສຽງ 100
13 ຂາດການເຂົ້າຮ່ວມ ຝຶກຄອງວິປັດສະນາ ກໍາມະຖານ, ຝຶກປະສົບການ ແລະ ຝຶກຫັດວິຊາຊີບຄູ; 100
14 ເມື່ອເຂົ້າຮ່ວມຝຶກກໍາມະຖານແລ້ວ ຍັງບໍ່ຮອດກໍານົດມື້ ອອກກ່ອນ ຫລື ທຽວເຂົ້າອອກ ໂດຍທີ່ບໍ່ໄດ້ຂໍອະນຸຍາດ ຈາກຜູ້ດູແລ 100
15 ພາຄົນນອກເຂົ້້າມາຫ້ອງຮຽນ, ຕັ້ງກຸ່ມ, ປະກອບຕິຣັດສານວິຊາ ທີ່ບໍ່ສອດຄ່ອງກັບຫຼັກພຣະທໍາວິໄນ ແລະ ເຄື່ອນໄຫວກິດຈະກໍາໃດໜຶ່ງ ໂດຍບໍ່ໄດ້ຮັບອະນຸຍາດ 50
16 ປິດບັງ,ບິດເບືອນ,ຄວາມຜິດຂອງຕົນ ແລະ ໝູ່ເພື່ອນທີ່ກະທໍາຜິດຕໍ່ກົດລະບຽບຂອງວິທະຍາໄລຄູສົງອົງຕື້ ວາງອອກ 50
17 ກໍລະນີເປັນເພດຄະລາວາດ ແຕ່ງກາຍບໍ່ສຸພາບ ນຸ່ງໂສ້ງຂາສັ້ນ,ເສື້ອຢືດບໍ່ມີຄໍ

ນຸ່ງໂສ້ງຂາເດັບ, ຍ້ອມຜົມແດງ, ຈົົ່ງຜົມຍາວ,ຈົົ່ງໜວດເຄົາໃສ່ເກີບແຕະ ແລະ ໃສ່ຕຸ້ມຫູ

50
18 ເປີດໄຟຟ້າ, ພັດລົມ, ປະຕູ, ປ່ອງຢ້ຽມ ແລະ  ນໍ້າປະປາ ປະໄວ້ ຫຼັງຈາກເລີກຮຽນ 50
19 ຄຸມຜ້າບໍ່ເປັນລະບຽບ ບໍ່ແມ່ນສີເຫລືອງ ມາເຂົ້າຮຽນ ແລະ ພົວພັນວຽກກັບ ພຣແນກ ແລະ ພາກວິຊາ ໃນໂມງລັດຖະການ 50
20 ຂາດເຂົ້າຮ່ວມ ປະຊຸມ, ກິດຈະກໍາ, ສໍາຫຼວດຫ້ອງ, ອອກແຮງງານລວມ, ເວນຍາມຕາມການມອບໝາຍ 50
21 ນໍາໃຊ້ເຄື່ອງສື່ສານເອເລັກໂຕນິກ ແລະ  ໃຊ້ສຽງດັງເກີນຂອບເຂດ ລົບກວນໃນເວລາຮຽນ 50
22 ຂາດໂຮງຮຽນ ເປັນເວລາ 2 ອາທິດ ຕິດຕໍ່ກັນ ໂດຍບໍ່ໄດ້ຮັບອະນຸຍາດຈາກ ວິທະຍາໄລຄູສົງອົງຕື້ 50
23 ທໍາລາຍວັດຖຸສິ່ງຂອງສ່ວນລວມ ແລະ ສາສະນະສະຖານ, ເສນາສະນະ ເຊັ່ນ: ອາຄານຮຽນ,ໂຕະ,ຕັ່ງ, ແຈ້ງການ ແລະ ອື່ນໆ; 50
24 ອວດອຸດຕະຣິມະນຸດສະທໍາ ທີ່ບໍ່ມີໃນຕົນ ທີ່ຂັດຕໍ່ພຣະທໍາວິໄນ ແລະ ທໍາມະນູນສົງລາວ 50
25 ລ່ວງລະເມີດສິດທິ ແລະ ສ້າງຄວາມເສື່ອມເສຍ ຕໍ່ຜູ້ອື່ນ ໄດ້ຮັບຄວາມເສຍຫາຍທາງດ້ານ ວັດຖຸ, ຈິດໃຈ ແລະ ຊື່ສຽງ 50
26 ຖີ້ມຂີ້ເຫຍື່ອ ຫຼື  ເສດອາຫານບໍ່ຖຶກບ່ອນທີ່ກໍາ ນົດ ແລະ ເຂົ້າຫ້ອງນໍ້າຂອງຄູອາຈານ 50
27 ເວົ້າຈາບໍ່ສຸພາບ, ບໍ່ເຄົາລົບຄູບາອານຈານ ແລະ ໝິ່ນປະໝາດຄູອາຈານ 50
28  ຂຶ້ນຫ້ອງສັກຊ້າ ກວ່າຄູ 10 ນາທີ, ບໍ່ຖືບັດປະຈຳຕົວເມື່ອເຂົ້າຮ່ວມຫ້ອງຮຽນແລະ ມາແລ້ວບໍ່ເຂົ້າຮຽນ 25
29 ຍ້າຍວັດໂດຍບໍ່ແຈ້ງໃຫ້ທາງວິທະຍາໄລຄູສົງອົງຕື້ຊາບ 25
30 ນັ່ງເທິງໂຕ໊ະ ແລະ ນັ່ງໂຕ໊ະຄູ ໂດຍບໍ່ໄດ້ຮັບອານຸຍາດ. 25
31  ຫລິ້ນໂທລະສັບໃນໂມງຮຽນ. 25

 

ມາດຕາ 11 ການຕັດຄະແນນ  ແລະ  ມາດຖານທາງວິໄນ

ນິສິດນັກສຶກສາອົງ / ທ່ານໃດຫາກກະທໍາຜິດຕໍ່ຄໍາແນາະນໍາ,ຂໍ້ຫ້າມ ຫຼື ລະບຽບຂອງວິທະຍາໄລຄູສົງອົງຕື້ ຄະແນນທີ່ຖືກຕັດ  ໃນແຕ່ລະຄັ້ງທີ່ກະທໍາຜິດ ຈະຖຶກຕັດ ຄະແນນຄຸນສົມບັດຈະມີຜົນທາງວິໄນດັ່ງນີ້:

ຄະແນນທີ່ຖືກຕັດ ມາດຕະການທາງວິໄນ
25 ສໍາຫຼວດຂັ້ນຫ້ອງ
50 – 75 ສໍາຫຼວດຂັ້ນໜ່ວຍງານຄຸ້ມຄອງນັກສຶກສາ
100-125 ສໍາຫຼວດຂັ້ນພະແນກກິດຈະການ ພ້ອມທັງໃຫ້ຂຽນໃບສໍາຫລວດ ອະນຸໂລມເສັງ
150-175 ສໍາຫຼວດຂັ້ນວິທະຍາໄລຄູ ແລະ ບໍ່ມີສິດສອບເສັງໃນພາກຮຽນນັ້ນ
200-225 ສໍາຫຼວດຂັ້ນ ວິທະຍາໄລຄູ ຄ້າງຫ້ອງ ໃນສົກຮຽນນັ້ນ
250 ໝົດສະຖານະເປັນນັກສຶກສາ

  

 ການປະຕິບັດວິໄນຕໍ່ຜູ້ກະທໍາຜິດ

ນິສິດນັກສຶກສາທຸກອົງ/ທ່ານ ຈະມີຄະແນນພາກຮຽນທີ 1 ອົງ/ຄົນລະ 250 ແນນຫາກກະທໍາຜິດຕໍ່ຄໍາແນະນໍາ,ຂໍ້ຫ້າມ ຫຼື  ລະບຽບ ຂອງວິທະຍາໄລຄູສົງອົງຕື້ ຄະແນນຄຸນສົມບັດທີ່ຖືກຕັດໃນແຕ່ລະຄັ້ງ ຈະໄດ້ປະຕິບັດລະບຽບວິໄນດັ່ງນີ້:( ຄູປະຈໍາຫ້ອງ, ແລະ ໜ່ວຍງານຄຸ້ມຄອງນັກສຶກສາ)

ຄະແນນ

ທີ່ຖຶກຕັດ

ກິດຈະກໍາ
25 ອະນາໄມຫ້ອງນໍ້າ 1 ຄັ້ງ, ຫົດນໍ້າດອກໄມ້ 1 ຄັ້ງ
50 ອະນາໄມຫ້ອງນໍ້າ 2 ຄັ້ງ, ຫົດນໍ້າດອກໄມ້ 2 ຄັ້ງ
75 ອະນາໄມຫ້ອງນໍ້າ 3 ຄັ້ງ, ມ້ຽນຂີ້ເຫຍື່ອບ່ອນກໍານົດໄວ້ 3 ຄັ້ງ ພ້ອມຫົດນໍ້າດອກໄມ້
100 – 125 ອະນາໄມຫ້ອງນໍ້າ 1 ອາທິດ , ຕັດຫຍ້າ 1 ຄັ້ງ ພ້ອມຫົດນໍ້າດອກໄມ້
150-175 ອະນາໄມຫ້ອງນໍ້າ 2 ອາທິດ, ຕັດຫຍ້າ ແລະ ຫົດນໍ້າດອກໄມ້
200-225 ອະນາໄມຫ້ອງນໍ້າໝົດເດືອນ, ຫົດນໍ້າດອກໄມ້ພ້ອມ
250 ໝົດສິດເປັນນັກສຶກສາ

 ທຽບຄະແນນຄຸນສົມບັດ

 

– ຖືກຕັດ  225 ຄະແນນ  / ຍັງເຫຼືອ  25  ທຽບຄະແນນຄຸນສົມບັດ    1
– ຖືກຕັດ 200 ຄະແນນ  / ຍັງເຫຼືອ 50 ທຽບຄະແນນຄຸນສົມບັດ       2
– ຖືກຕັດ 175  ຄະແນນ / ຍັງເຫຼືອ 75 ທຽບຄະແນນຄຸນສົມບັດ      3
– ຖືກຕັດ 150  ຄະແນນ /   ຍັງເຫຼືອ 100 ທຽບຄະແນນຄຸນສົມບັດ    4
– ຖືກຕັດ 125  ຄະແນນ / ຍັງເຫຼືອ 125 ທຽບຄະແນນຄຸນສົມບັດ      5
– ຖືກຕັດ 100  ຄະແນນ /  ຍັງເຫຼືອ 150 ທຽບຄະແນນຄຸນສົມບັດ     6
– ຖືກຕັດ 75   ຄະແນນ /  ຍັງເຫຼືອ 175 ທຽບຄະແນນ  ຄຸນສົມບັດ    7
– ຖືກຕັດ 50   ຄະແນນ /  ຍັງເຫຼືອ 200 ທຽບຄະແນນຄຸນສົມບັດ      8
– ຖືກຕັດ 25  ຄະແນນ /  ຍັງເຫຼືອ 225 ທຽບຄະແນນຄຸນສົມບັດ       9
– ຖືກຕັດ 0  ຄະແນນ / ຍັງເຫຼືອ 250  ທຽບຄະແນນຄຸນສົມບັດ        10

 

ການຍ້ອງຍໍຜູ້ທີ່ມີຜົນງານ ແລະ ມີຄວາມປະພຶດດີເດັນ

 ການຍ້ອງຍໍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນສົມບັດດີ

  1. ນິສິດນັກສຶກສາອົງ/ທ່ານໃດ ປະພຶດປະຕິບັດດີ ບໍ່ໄດ້ຖືກຕັກເຕືອນ ແລະ ບໍຜິດລະບຽບກົດໝາຍບ້ານເມືອງ,ວິໄນສົງ ແລະ ລະບຽບທາງວິທະຍາໄລຄູສົງອົງຕື້;
  2. ນິສິດນັກສຶກສາ ມາຮ່ວມຮຽນບໍ່ຂາດ ແລະ ເຂົ້້າຮ່ວມກິດຈະກໍາຕ່າງໆ ທີ່ທາງວິທະຍາໄລຄູສົງອົງຕື້ ໄດ້ຈັດຂຶ້ນ ລວມທັງການຮ່ວມອອກແຮງງານ;
  3. ນິສິດນັກສຶກສາ ມີການປະກອບສ່ວນ ວັດຖຸ ແລະ ປັດໄຈ ໃຫ້ແກ່ ວິທະຍາໄລຄູສົງອົງຕື້;
  4. ນິສິດນັກສຶກສາ ມີຜົນງານດີເດັນໃນການຊ່ວຍເຫຼືອສັງຄົມ ໃນການເທສະໜາເຜີຍແຜ່ພຣະທໍາຄໍາສອນ ຂອງອົງສົມເດັດສໍາມາສໍາພຸດທະເຈົ້າ;
  5. ນິສິດນັກສຶກສາ ສອບເສັງແຕ່ລະລາຍວິຊາ ໄດ້ຄະແນນເກຼດ B+ ຂຶ້ນໄປ.

 

ເງື່ອນໄຂການໄດ້ໃບຍ້ອງຍໍ ນິສິດນັກສຶກສາອົງ/ທ່ານໃດ

ກ. ປະຕິບັດໄດ້ ຕາມຂໍ້ 1 ແລະ ຂໍ້ 2; ຈະໄດ້ຮັບໃບຍ້ອງຍໍຂັ້ນຫົວໜ້າພະແນກ ແລະ ພາກວິຊາ;
ຂ. ປະຕິບັດໄດ້ ຄົບທັງ 5 ຂໍ້ ແມ່ນ ໄດ້ຮັບໃບຍ້ອງຍໍ ຈາກຜູ້ອໍານວຍການວິທະຍາໄລຄູ ສົງອົງຕື້;

 

ການພົ້ນສະຖານະພາບເປັນນັກສຶກສາ

 ງື່ອນໄຂຂອງນັກສຶກສາຜູ້ທີ່ຈະພົ້ນສະຖານະພາບເປັນນັກສຶກສາ ວິທະຍາໄລຄູສົງອົງຕື້ ມີດັ່ງນີ້:

  1. ເສຍຊີວິດ;
  2. ມີການກະທໍາຜິດຕໍ່ລະບຽບຂອງວິທະຍາໄລຄູສົງ ແລ້ວຖືກຕັດຄະແນນຄຸນສົມບັດນັບແຕ່ 250 ຄະແນນ

ຂຶ້ນໄປ;

  1. ຂໍລາອອກຈາກສະຖານະພາບການເປັນນັກສຶກສາ ຫຼື ປະລະການຮຽນໂດຍບໍ່ຮູ້ສາເຫດນັບແຕ່  7 ອາທິດ

ໄປ;

  1. ຮຽນຄືນຊັ້ນເກົົ່າຫຼາຍກວ່າ 2 ປີ;
  2. ນັກສຶກສາຂຽນໃບໂຈະການຮຽນບໍ່ໃຫ້ເກີນ 2 ປີ;
  3. ເປັນພະຍາດຕິດແປດ ຫຼື ເກີດອຸປະຕິເຫດ ບໍ່ສາມາດສືບຕໍ່ການຮຽນໄດ້;
  4. ຖືກເຈົ້້າໜ້າທີ່ຈັບສິກ.

ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ ໃນລະບຽບສະບັບນີ້ ມີຄວາມໝາຍດັ່ງນີ້ :

  1. ບັນພະຊິດ ໝາຍເຖິງ ນັກບວດໃນທາງພຣະພຸດທະສາດສະໜາ ທີ່ບວດຖືກຕ້ອງຕາມພຣະທໍາວິໄນ ເຊັ່ນ:ພຣະພິກຂຸ,ສາມະເນນ,ພໍ່ຂາວ ແລະ ແມ່ຂາວ;
  2. ສະມະນະເພດ ໝາຍເຖິງ ຜູ້ມີຄວາມສະຫງົບທັງກາຍ,ວາຈາ ແລະ ໃຈ ຊຶ່ງໃຊ້ສະເພາະກັບນັກບວດ ໃນທາງພຣະພຸດທະສາດສະໜາເທົ່ານັ້ນ;
  3. ພຣະພິກຂຸ ໝາຍເຖິງ  ນັກບວດເພດຊາຍ ທີ່ມີອາຍຸຄົບ ຊາວປີຂຶ້ນໄປ  ເຊິ່ງໄດ້ອຸປະສົມບົດ ໃນພຣະພຸດທະສາດສະໜາ ແລະ ປະຕິບັດຕາມຫລັກ ພຣະທໍາ-ວິໄນ ຢ່າງຖືກຕ້ອງ ແລະ ຄົບຖ້ວນ;
  4. ສາມະເນນ ໝາຍເຖິງ ນັກບວດເພດຊາຍ ມີອາຍຸ 7 ປີຂຶ້ນໄປ ຊຶ່ງໄດ້ບັນພະຊາ ໃນພຣະພຸດທະສາດສະໜາ ແລະ ປະຕິບັດຕາມຫລັກພຣະທໍາ-ວິໄນ ຢ່າງຖືກຕ້ອງ ແລະ ຄົບຖ້ວນ;
  5. ຄະລາວາດ ໜາຍເຖິງ ຜູ້ທີ່ຢູ່ບ້ານ ຢູ່ເຮືອນ ບໍ່ໄດ້ບວດເປັນພຣະ ຫລື ຈົວ; ຫລືບາງເທື່ອ ກໍຮຽກພວກເຄີຍບວດແລ້ວ ເມື່ອສິກຂາລາເພດ ກໍຮຽກວ່າ ເປັນ ຄະລາວາດ (ຄະລືຫັດ ກໍວ່າ);
  6. ສາສະນະສະຖານ ໝາຍເຖິງ ສະຖານທີ່ທາງພຣະພຸດທະສາດສະໜາ ເຊັ່ນ: ວັດ,ພຣະເຈດີ, ພັດທະສີມາ,ສາລາໂຮງທໍາ,ວິຫານ,ຫໍທໍາມະສະພາ ແລະ ສະຖານທີ່ອື່ນໆ ກ່ຽວກັບພຣະພຸດທະສາດສະໜາ;
  7. ຕິຣັດສານະວິດຊາ ໝາຍເຖິງ ວິຊາທີ່ໄປທາງຂວາງ ເຊິ່ງຂັດກັບຫລັກພຣະທໍາ-ວີໄນ ແລະ ຂັດຂວາງ ມັກ,ຜົນ ແລະ ພຣະນິພພານ;
  8. ເວລາວິການ ໝາຍເຖິງ ກາຍທ່ຽງໄປຈົນຮອດເຊົ້າມື້ໃໝ່
  9. ນິສິດ-ນັກສຶກສາ ໝາຍເຖິງ ຜູ້ຮຽນໃນລະດັບ ມປາຍຂຶ້ນມາ,ແຕ່ໃນທີ່ນີ້ເປັນການບັນຍັດໃຊ້ແຕ່ໃນໂຮງຮຽນ ຫລື ວິທະຍາໄລຄູສົງ ເທົ່ານັ້ນ.
  10. ລະບົບຫລັກສູດ ໝາຍເຖິງ ຫລັກສູດຕ່າງໆ ທີ່ໄດ້ຮັບອະນຸມັດໃຫ້ເປີດສອນ ຢູ່ວິທະຍາໄລຄູ ສົງ ເຊັ່ນ: ຫລັກສູດປົກກະຕິ,ຫລັກສູດຕໍ່ເນື່ອງ.
  11. ໜ່ວຍກິດ ໝາຍເຖິງຫົວໜ່ວຍທີ່ສະແດງປະລິມານການຮຽນຂອງແຕ່ລະລາຍວິຊາເຊິ່ງໄດ້ກໍານົດໄວ້
  12. ສາຍຮຽນ ໝາຍເຖິງ ສາຍຮຽນແຕ່ລະສາຍ ທີ່ທາງກົມສ້າງຄູໄດ້ອະນຸມັດໃຫ້ເປີດການຮຽນ-ການສອນໄດ້ ໃນວິທະຍາໄລຄູສົງເຮົາ ມີ 3 ສາຍຄື: ສາຍຄູພາສາລາວ-ວັນນະຄະດີ, ສາຍຄູພາສາອັງກິດ ແລະ ສາຍຄູພຸດທະສາດສະໜາ-ພາສາລາວ.
  13. ຊັ້ນຮຽນ ໝາຍເຖິງ ຊັ້ນປີ 1 ,ປີ 2, ປີ 3, ແລະ ປີທີ 4.
  14. ທໍາມະນູນສົງລາວ ໝາຍເຖິງ ລະບຽບການປົກຄອງສຸງສຸດ ຂອງອົງການຈັດຕັ້ງພຣະສົງລາວ ຊຶ່ງສອດຄ່ອງກັບຫລັກພຣະທໍາວິໄນ,ລັດຖະທໍາມະນູນ,ກົກໝາຍ,ລະບຽບການ, ແລະ ຮີດຄອງປະເພນີທີ່ກ່ຽວຂ້ອງ.
  15. ວິໄນ ໝາຍເຖິງ ຂໍ້ບັນຍັດທີ່ວາງໄວ້ ສໍາລັບກໍາກັບຄວາມປະພືດຂອງພຣະສົງເພື່ອໃຫ້ເປັນລະບຽບຮຽບຮ້ອຍສະເໝີກັນ, ສິກຂາບົດຂອງພຣະສົງ ກໍວ່າ.
  16. ລະບຽບວິໄນ ໝາຍເຖິງ ແບບແຜນ ກົດເກນ ທີ່ກໍານົດໄວ້ເປັນແນວປະຕິບັດ ຄົນທີ່ມີລະບຽບວິໄນ ເປັນຄົນທີ່ສາມາດຄວບຄຸມຕົ້ນເອງ ໃຫ້ປະພຶດປະຕິບັດຕົນ ໄດ້ຕາມແບບແຜນ ກົດເກນ ແລະ ຂໍ້ບັງຄັບຂອງສັງຄົມນັ້ນໄດ້ ໂດຍອາດຈະໃຊ້ກົດເກນ ຂໍ້ບັງຄັບເປັນເຄື່ອງກໍານົດ ໃຫ້ທໍາຕາມ ຊຶ່ງຮຽກວ່າ ລະບຽບ.
  17. ອຸດຕະຣິມະນຸດສະທໍາ ໝາຍເຖິງ ທໍາອັນຍອດຍິ່ງຂອງມະນຸດ ຫລື ທໍາຂອງມະນຸດຜູ້ຍອດຍິ່ງ ໄດ້ແກ່ ຄຸນວິເສດທີ່ມະນຸດທໍາມະດາບໍ່ສາມາດມີ ຫລື ເປັນໄດ້ ບໍ່ແມ່ນວິໄສຂອງມະນຸດທົ່ວໄປ ແຕ່ເປັນວິໄສຂອງຜູ້ບັນລຸທໍາຂັ້ນສຸງແລ້ວ ຊຶ່ງກໍຄື:ຍານ,ວິໂມກ,ສະມາທິ,ສະມາບັດ,ມັກ ແລະ ຜົນ.