ວິທະຍາໄລຄູສົງອົງຕື້ ວຄສ.ອຕ

ວິທະຍາໄລຄູສົງອົງຕື້ ເປັນສະຖາບັນການສຶກສາທີ່ເກົ່າແກ່ແຫ່ງຫນຶ່ງຂອງການສຶກສາສົງລາວ.

ນັບແຕ່ປີ 1925 ສົມເດັດພຣະລູກແກ້ວ ອຸເທນສັກດາ ອົງປະຖົມສັງຄະນາຍົກ ແລະ ສົມເດັດເຈົ້າ ເພັດຊະຣາຊ ມະຫາອຸປະຣາຊ

ໄດ້ນໍາເອົາແສງສະຫວ່າງການສຶກສາສົງລາວເປັນຄັ້ງທໍາອິດ ແລະ ໄດ້ ສ້າງຕັ້ງໂຮງຮຽນສິງຂຶ້ນມາທີ່ບໍລິເວນສໍານັກປະທານປະເທດ(ຫໍຄໍາ)

ເອີ້ນວ່າ: ໂຮງຮຽນພຣະປະຣິ ຍັດຕິທັມ ໄດ້ຮັບອຸປະຖໍາໂດຍກົງຈາກພຸດທະບັນດິດສະພາຈັນທະບູລີ.

ໃນປີ 1950 ໄດ້ປ່ຽນຊື່ມາ ເປັນໂຮງຮຽນບາລີຊັ້ນສູງ ເຊິ່ງຕັ້ງຢູ່ໃນວັດອົງຕື້ມະຫາວິຫານ ໂດຍໄດ້ຮັບການອຸປະຖໍາຂອງກະຊວງ ທັມມະການ

ເຊິ່ງມີລະບົບການສຶກສາ 4 ປີ ຜູ້ທີ່ຈະເຂົ້າສຶກສາໃນລະບົບນີ້ຕາມຊັ້ນຮຽນເອີ້ນວ່າ: ຕຽມອຸດົມ, ອຸດົມຕີ, ອຸດົມໂທ ແລະ ອຸດົມເອກ.

ປະຫວັດຄວາມເປັນມາແຕ່ລະຍຸກສະໃຫມ

  • ໃນປີ 1967 ໄດ້ຍົກລະດັບວິທະຍາຖານະຂຶ້ນເປັນ


     

    ໃນປີ 1967 ໄດ້ຍົກລະດັບວິທະຍາຖານະຂຶ້ນເປັນ “ສະຖາບັນການສຶກສາພຸດທະສາ ສະຫນາ”ໂດຍຢູ່ພາຍໃຕ້ການອຸປະຖໍາຂອງກະຊວງສຶກສາທິການ(ກົມອຸດົມສຶກສາ) ແລະ ໃນປີ 1972 ໄດ້ຈັດຕັ້ງການສຶກສາຊັ້ນສູງຂຶ້ນ

    ເປັນ 2 ຊັ້ນຄື: ຊັ້ນອະນຸປະຣິນຍາຕີ 1, 2 ລວມ 6 ປີຮຽນ ມີຖານະທຽບເທົ່າອະນຸບັນດິດ. ເມື່ອປະເທດຊາດໄດ້ຮັບການປົດປ່ອຍເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

    ການສຶກສາກໍມີການຫັນປ່ຽນເອົາສະຖາບັນການສຶກສາຊັ້ນສູງມາ ເປັນໂຮງຮຽນສ້າງຄູສົງ ເປັນລະບົບສ້າງຄູຊັ້ນຕົ້ນ ແລະ ຊັ້ນກາງ (ລະບົບ 5+3 ແລະ 8+3)

    ໂດຍ ການອຸປະຖໍາ ແລະ ຂຶ້ນກັບກະຊວງສຶກສາທິການ(ກົມກໍ່ສ້າງ ແລະ ບໍາລຸງຄູ) ການສຶກສາສົງໃນ ໄລຍະນີ້ ຈັດການຮຽນ-ການສອນທັງວິຊາທາງພຸດທະສາສະຫນາ ແລະ ວິຊາທາງໂລກຄວບຄູ່ກັນໄປ.

  • ມາຮອດປີ 1996 ໄດ້ຍົກວິທະຍາຖານະຂຶ້ນເປັນວິທະຍາໄລສົງອົງຕື້


     

    ມາຮອດປີ 1996 ໄດ້ຍົກວິທະຍາຖານະຂຶ້ນເປັນວິທະຍາໄລສົງອົງຕື້ ຕາມຂໍ້ຕົກລົງຂອງ ປະທານອົງການພຸດທະສາສະຫນາສໍາພັນລາວ

    ໂດຍເຫັນ ແລະ ຮັບຮູ້ຈາກລັດຖະມົນຕີວ່າການ ກະຊວງສຶກສາທິການ ສະບັບເລກທີ 110/ພສລ, ລົງວັນທີ່ 09 ຕຸລາ 1996

    ແລະ ໄດ້ເປີດການ ຮຽນ-ການສອນເປັນທາງການ ໃນວັນທີ 14 ຕຸລາ 1997.

  • ປັດຈຸບັນວິທະຍາໄລຄູສົງອົງຕື້


    ປັດຈຸບັນວິທະຍາໄລຄູສົງອົງຕື້ ໄດ້ຈັດການຮຽນ-ການສອນທັງຫມົດ 3 ສາຂາວິຊາຮຽນຄື: ສາຍຄູພຸດທະສາສະຫນາ-ພາສາລາວ,

    ສາຍຄູພາສາລາວ-ວັນນະຄະດີ ແລະ ສາຍຄູພາສາອັງກິດ. ລະບົບໂຄງຮ່າງການຈັດຕັ້ງ ປະກອບມີຄະນະອໍານວຍການ 4 ອົງ/ທ່ານ ໃນນັ້ນ,

    ຜູ້ອໍານວຍການ ແລະ ຮອງຜູ້ອໍານວຍການຝ່າຍກິດຈະການນັກສຶກສາເປັນພຣະສົງ, ຮອງຜູ້ອໍານວຍການຝ່າຍ ບໍລິຫານ ແລະ ວິຊາການເປັນຄະລືຫັດ;

    ຫ້ອງການຕ່າງໆພາຍໃນວິທະຍາໄລຄູສົງອົງຕື້ ມີ 3 ພະ ແນກ ແລະ 1 ພາກວິຊາ ຄື: ພະແນກບໍລິຫານ ແລະ ຈັດຕັ້ງພະນັກງານ, ພະແນກວິຊາການ, ພະ ແນກກິດຈະການນັກສຶກສາ,

    ແລະ ພາກວິຊາຄູພຸດທະສາສະຫນາ-ພາສາລາວ. ມີຄູ-ອາຈານທັງຫມົດ 45 ອົງ/ທ່ານ, ຍິງ 7 ທ່ານ, ເປັນພຣະສົງ 13 ອົງ

    ແລະ ເປັນຄະລືຫັດ 32 ທ່ານ ລະດັບວິຊາ ສະເພາະຂອງຄູ-ອາຈານປະກອບມີ: ປະຣິນຍາເອກ 4 ອົງ, ປະຣິນຍາໂທ 10 ອົງ/ທ່ານ, ປະຣິນຍາຕີ 30 ອົງ/ທ່ານ ແລະ ຊັ້ນກາງ 1 ທ່ານ.