ຂໍເຊີນຮ່ວມງານມະຫາກຸສົນ ໂຄງການຝຶກອົບຮົມປະຕິບັດທັມກຳມະຖານ ປະຈຳປີ 2026 ຂອງນັກສຶກສາ ວິທະຍາໄລຄູສົງອົງຕື້
ຂໍຈະເລີນພອນ ແລະ ຂໍເຊີນຊວນ ພຸດທະສາສະນິກະຊົນ, ອອກຕົນຍາດໂຍມ ແລະ ຜູ້ມີຈິດສັດທາທັງຫຼາຍ ຮ່ວມອະນຸໂມທະນາບຸນ ແລະ ເຂົ້າຮ່ວມກິດຈະກຳ ໃນງານຝຶກອົບຮົມປະຕິບັດທັມກຳມະຖານ ຂອງນັກສຶກສາ ວິທະຍາໄລຄູສົງ ອົງຕື້.
ງານຄັ້ງນີ້ຈັດຂຶ້ນເພື່ອສົ່ງເສີມການສຶກສາ ແລະ ປະຕິບັດທັມ ພາກປະຕິບັດ, ຝຶກຝົນຈິດໃຈ ສ້າງສິລິມຸງຄຸນ ໂດຍມີລາຍລະອຽດດັ່ງນີ້:
📍ສະຖານທີ່ຈັດງານ: ວັດປ່າໜອງບົວທອງໃຕ້ (ວັດມະຫາຣຸກຂະວະຣາຣາມ), ບ້ານໜອງບົວທອງໃຕ້, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.
📅ກຳນົດການ:
ວັນທີ 13 – 23 ມັງກອນ 2026: ໄລຍະເວລາການຝຶກອົບຮົມປະຕິບັດທັມກຳມະຖານ.
ວັນເສົາ ທີ 24 ມັງກອນ 2026 (ເວລາ 08:00 ໂມງ): ຂໍເຊີນຮ່ວມໃສ່ບາດ ແລະ ຖວາຍສັງຄະທານ ແດ່ພະສົງສາມະເນນຈຳນວນ 100 ອົງ.
ຂໍເຊີນຊວນບັນດາທ່ານຜູ້ໃຈບຸນທັງຫຼາຍ ຫາໂອກາດໄປຮ່ວມທຳບຸນ, ຟັງທັມ ແລະ ໃຫ້ກຳລັງໃຈແກ່ນັກສຶກສາ ແລະ ຜູ້ເຂົ້າຮ່ວມປະຕິບັດທັມ ໃນຄັ້ງນີ້ດ້ວຍເທີ້ນ.
📞ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມ: ໂທ: 020 5545 4669 | 020 5521 8663 | 020 7777 2338 ເວັບໄຊ: www.ongtue-ttc.edu.la
#ວິທະຍາໄລຄູສົງອົງຕື້ #ປະຕິບັດທັມ2026 #ງານບຸນ #ວັດມະຫາຣຸກຂະວະຣາຣາມ #ວັດປ່າໜອງບົວທອງໃຕ້








