ໂຄງການຝຶກອົບຮົມປະຕິບັດທັມກຳມະຖານ ປະຈຳປີ 2026 ຂອງນັກສຶກສາ ວິທະຍາໄລຄູສົງອົງຕື້
ປະກາດ
ວັນທີກິດຈະກຳ: 13/01/2026
ຜູ້ຂຽນຂ່າວ: ປອ.ອານັນທະສັກ ພັດທະສີລາ
ເຂົ້າເບິ່ງ: 21 ຄັ້ງ
ເວລາສົ່ງ: 06/01/2026 08:36
ລາຍລະອຽດກິດຈະກຳ
ຂໍເຊີນຮ່ວມງານມະຫາກຸສົນ ໂຄງການຝຶກອົບຮົມປະຕິບັດທັມກຳມະຖານ ປະຈຳປີ 2026 ຂອງນັກສຶກສາ ວິທະຍາໄລຄູສົງອົງຕື້
ຂໍຈະເລີນພອນ ແລະ ຂໍເຊີນຊວນ ພຸດທະສາສະນິກະຊົນ, ອອກຕົນຍາດໂຍມ ແລະ ຜູ້ມີຈິດສັດທາທັງຫຼາຍ ຮ່ວມອະນຸໂມທະນາບຸນ ແລະ ເຂົ້າຮ່ວມກິດຈະກຳ ໃນງານຝຶກອົບຮົມປະຕິບັດທັມກຳມະຖານ ຂອງນັກສຶກສາ ວິທະຍາໄລຄູສົງ ອົງຕື້.
ງານຄັ້ງນີ້ຈັດຂຶ້ນເພື່ອສົ່ງເສີມການສຶກສາ ແລະ ປະຕິບັດທັມ ພາກປະຕິບັດ, ຝຶກຝົນຈິດໃຈ ສ້າງສິລິມຸງຄຸນ ໂດຍມີລາຍລະອຽດດັ່ງນີ້:
ວັນທີ 13 - 23 ມັງກອນ 2026: ໄລຍະເວລາການຝຶກອົບຮົມປະຕິບັດທັມກຳມະຖານ.
ວັນເສົາ ທີ 24 ມັງກອນ 2026 (ເວລາ 08:00 ໂມງ): ຂໍເຊີນຮ່ວມໃສ່ບາດ ແລະ ຖວາຍສັງຄະທານ ແດ່ພະສົງສາມະເນນຈຳນວນ 100 ອົງ.
ຂໍເຊີນຊວນບັນດາທ່ານຜູ້ໃຈບຸນທັງຫຼາຍ ຫາໂອກາດໄປຮ່ວມທຳບຸນ, ຟັງທັມ ແລະ ໃຫ້ກຳລັງໃຈແກ່ນັກສຶກສາ ແລະ ຜູ້ເຂົ້າຮ່ວມປະຕິບັດທັມ ໃນຄັ້ງນີ້ດ້ວຍເທີ້ນ.