ວິທະຍາໄລຄູສົງ ອົງຕື້ ເປີດຮັບສະໝັກສອບເສັງຄັດເລືອກເອົານັກສຶກສາ ປະຈໍາສົກສຶກສາ 2025 – 2026
ການສຶກສາ
ວັນທີກິດຈະກຳ: 30/10/2025
ຜູ້ຂຽນຂ່າວ: ປອ.ອານັນທະສັກ ພັດທະສີລາ
ເຂົ້າເບິ່ງ: 24 ຄັ້ງ
ເວລາສົ່ງ: 30/10/2025 20:47
ລາຍລະອຽດກິດຈະກຳ
ວິທະຍາໄລຄູສົງ ອົງຕື້ ເປີດຮັບສະໝັກສອບເສັງຄັດເລືອກເອົານັກສຶກສາ ປະຈໍາສົກສຶກສາ 2025 – 2026 ລາຍລະອຽດດັ່ງນີ້:
ຫຼັກສູດສ້າງຄູລະດັບປະລິນຍາຕີ ລະບົບ 12+4 (ຮຽນ 4 ປີ) ຈໍານວນ 02 ສາຍຮຽນດັ່ງນີ້:
1. ຄູພຸດທະສາດສະໜາ ແລະ ພາສາລາວ-ວັນນະຄະດີ
2. ຄູພາສາອັງກິດ
ລາຍລະອຽດດັ່ງນີ້:
1. ເປີດຮັບໃບຄໍາຮ້ອງສະໝັກເຂົ້າສອບເສັງ: ເລີ່ມແຕ່ວັນທີ 2 ກໍລະກົດ ເຖງ 18 ສິງຫາ 2025;
2. ວັນທີສອບເສັງ: ວັນທີ 22 ສິງຫາ 2025;
3. ເອກະສານປະກອບຂອງຜູ້ສະໝັກ:
1. ສຳເນົາໃບປະກາສະນີຍະບັດ ມ 7 ຫຼື ທຽບເທົ່າ ຫຼື ບັດເຂົ້າຫ້ອງສອບເສັງ (ສໍາລັບນັກຮຽນທີ່ຮຽນຈົບ ສົກຮຽນ 2024 - 2025);
2. ຮູບຂະໜາດ 3 x 4 ຈຳນວນ 2 ໃບ (ບໍ່ເກີນ 3 ເດືອນ);
**************
ລົງທະບຽນ Online
*************