ແຈ້ງການລົງທະບຽນເຂົ້າຮັບໃບປະກາສະນີຍະບັດ ວິທະຍາໄລຄູສົງ ອົງຕື້
ປະກາດ
ວັນທີກິດຈະກຳ: 30/10/2025
ຜູ້ຂຽນຂ່າວ: ປອ.ອານັນທະສັກ ພັດທະສີລາ
ເຂົ້າເບິ່ງ: 24 ຄັ້ງ
ເວລາສົ່ງ: 30/10/2025 20:36
ລາຍລະອຽດກິດຈະກຳ
ວິທະຍາໄລຄູສົງອົງຕື້ ເປັນສະຖາບັນການສຶກສາພຸດທະສາສະໜາ ທີ່ມີພາລະກິດໃນການຜະລິດພຣະສົງ ໃຫ້ມີຄວາມຮູ້ຄວາມສາມາດ ພ້ອມດ້ວຍຄຸນທຳ ເພື່ອເປັນກຳລັງສຳຄັນໃນການສືບຕໍ່ ແລະ ຂັບເຄື່ອນພຸດທະສາສະໜາ.
ນັບຕັ້ງແຕ່ປີ 2010-2011 ເປັນຕົ້ນມາ ວິທະຍາໄລຄູສົງ ອົງຕື້ ຂອງເຮົາບໍ່ໄດ້ຈັດພິທີມອບໃບປະກາສະນີຍະບັດໃຫ້ແກ່ນັກສຶກສາທີ່ສຳເລັດການຮຽນຢ່າງເປັນທາງການ. ແຕ່ປະຈຸບັນ ສົກຮຽນ 2024-2025 ທາງວິທະຍາໄລຄູສົງ ອົງຕື້ ໄດ້ມີຈຸດປະສົງຈະຟື້ນຟູການຈັດພິທີອັນສຳຄັນນີ້ອີກເທື່ອ ເພື່ອເປັນການສ້າງຂວັນກຳລັງໃຈ ແລະ ເປັນຫຼັກຖານຢືນຢັນເຖິງຄວາມພາກພູມໃຈ ຂອງຜູ້ສຳເລັດການສຶກສາ.
ດັ່ງນັ້ນ ວິທະຍາໄລຄູສົງ ອົງຕື້ ຂໍເຊີນແຈ້ງຂ່າວ ມາຍັງພຣະສົງ, ຄູອາຈານ, ນັກສຶກສາ ຕະຫຼອດຈົນຖືກຍາດມິດທັງຫລາຍ ເຂົ້າຮ່ວມພິທີມອບໃບປະກາສະນີຍະບັດ ປະຈຳປີ 2025 ຢ່າງພາກພູມໃຈ.
ສາລາໃຫຍ່ວັດອົງຕື້ວໍຣະມະຫາວິຫານ
ພິທີນີ້ ບໍ່ພຽງແຕ່ເປັນການສະແດງຄວາມຊື່ນຊົມ ແກ່ນັກສຶກສາຜູ້ສຳເລັດການຮຽນ ແຕ່ຍັງເປັນການສ້າງຂວັນກຳລັງໃຈໃຫ້ກັບລຸ້ນຕໍ່ໄປ ໃນການມຸ່ງໝັ້ນສືບສານວິຊາການ ແລະ ພຸດທະສາສະໜາ.
#ວິທະຍາໄລຄູສົງ ອົງຕື້ ພະແນກວິຊາການ
ສະແດງຄວາມເຄົາລົບຮັກມາຍັງນັກສຶກສາທຸກອົງ ທ່ານ ສົກຮຽນປີ 2020-2025 ມີສິດລົງທະບຽນເຂົ້າຮັບໃບປະກາສະນີຍະບັດນີ້ ຢ່າງພາກພູມໃຈ.
ລົງທະບຽນໄດ້ທີ່: https://ongtue-ttc.edu.la/registrations/
ຫຼືສະແກນຄິວອາໂຄດດ້ານລຸ່ມນີ້