ມີມະຕິແຕ່ງຕັ້ງ ປະທານ ສູນກາງອົງການພຸດທະສາສາໜາສັມພັນ ແຫ່ງ ສປປ ລາວ ອົງທີ 7 

ມີມະຕິແຕ່ງຕັ້ງ ປະທານ ສູນກາງອົງການພຸດທະສາສາໜາສັມພັນ ແຫ່ງ ສປປ ລາວ ອົງທີ 7 

ວັດທະນະທຳ
ວັນທີກິດຈະກຳ: 30/10/2025
ຜູ້ຂຽນຂ່າວ: ປອ.ອານັນທະສັກ ພັດທະສີລາ
ເຂົ້າເບິ່ງ: 31 ຄັ້ງ
ເວລາສົ່ງ: 30/10/2025 18:12

ລາຍລະອຽດກິດຈະກຳ

ມີມະຕິແຕ່ງຕັ້ງ ປະທານ ສູນກາງອົງການພຸດທະສາສາໜາສັມພັນ ແຫ່ງ ສປປ ລາວ ອົງທີ 7 
-----------------
ອີງຕາມ ທັມມະນູນສົງລາວ (ສະບັບປັບປຸງ), ສະບັບເລກທີ 96/ອພສ, ລົງວັນທີ 15 ທັນວາ 2022;
ອີງຕາມ ຄວາມຈຳເປັນ ແລະ ຄວາມຮຽກຮ້ອງຕ້ອງການໃນການເຄື່ອນໄຫວວຽກງານຂອງ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ

ພາຍຫຼັງການມໍຣະນະພາບ ຂອງພຣະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ອະດີດປະທານສູນ ກາງອົງການພຸດທະສາສາໜາສັມພັນ ແຫ່ງ ສປປ ລາວ ທາງຄະນະບໍລິຫານງານປະຈຳການ ສູນກາງ ອພສ ກໍໄດ້ມີການຄັດເລືອກອົງກຮັກສາການປະທານ ສູນກາງ ອພສ ເພື່ອມາເປັນປະທານໃນການ ຂັບເຄື່ອນວຽກງານຂອງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ສາມາດດໍາເນີນໄປໄດ້ ຢ່າງຕໍ່ເນື່ອງ ແລະ ປົກກະຕິ.

ໂດຍໄດ້ມີການຮັບຮອງເອົາພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ຂຶ້ນມາເປັນອົງ ຮັກສາການ ນັບແຕ່ວັນທີ 9 ມິຖຸນາ 2025 ເປັນຕົ້ນມາ, ໄລຍະເວລາຂອງການເປັນອົງຮັກສາການ ກໍເຫັນວ່າ ເປັນໄລຍະເວລາດົນພໍສົມຄວນ. ສະນັ້ນ, ເພື່ອເປັນຕອບສະໜອງຕາມຄວາມຮຽກຮ້ອງ ຕ້ອງການຂອງຄະນະສົງ, ພຸດທະສາສະນິກະຊົນບັນດາເຜົ່າ ແລະ ການຈັດຕັ້ງພັກ-ລັດ ເຫັນສົມຄວນ ວ່າ ຄວນຈະມີການຮັບຮອງ ປະທານສົງຢ່າງສົມບູນ. ພ້ອມດຽວກັນນີ້ ກໍເພື່ອຄວາມເປັນສີຣິມຸງຄຸນ ໃຫ້ກັບງານບຸນລະດັບຊາດ ກໍຄື ງານບຸນນະມັດສະການພຣະທາດຫຼວງ ທີ່ຈະໄດ້ຈັດຂຶ້ນໃນມໍ່ໆນີ້, ງານສະເຫຼີມສະຫຼອງການສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ໃກ້ຈະມາເຖິງໃນມໍ່ໆນີ້. ຈຶ່ງເຫັນວ່າ ມີຄວາມຈໍາເປັນຕ້ອງ ໄດ້ມີການຮັບຮອງປະທານສູນກາງ ອພສ ໃຫ້ມີຜົນສໍາເລັດກ່ອນພິທີ ດັ່ງກ່າວ.

ດັ່ງນັ້ນ, ໃນມື້ນີ້ທາງຄະນະບໍລິຫານງານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຈຶ່ງໄດ້ມີກອງປະຊຸມວິສາມັນຄັ້ງນີ້ຂຶ້ນມາ. ໃນການຄັດເລືອກປະທານ ສູນກາງ ອພສ ໃນຄັ້ງນີ້ ມີອົງລົງສະມັກເປັນປະທານ ຈໍານວນ 1 ອົງ ຄື ພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ອົງຮັກສາ ການປະທານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ. 
ເຊິ່ງເປັນອົງທີ່ ເປັນຜູ້ຊົງທັມ, ວິນັຍ, ສຸຕະ ແລະ ເປັນທີ່ຕັ້ງແຫ່ງຄວາມເຫຼື້ອມໃສສັດທາ ຕາມຫຼັກພຣະທັມມະວິນັຍ; ເປັນຜູ້ຊົງໄວ້ຊຶ່ງພຣົມມະວິຫານສີ່, ຄຸນນະທັມ, ຈະຣິຍະທັມ, ວັດທະນະທຳ ແລະ ມະນຸດສະທັມ; ເປັນຜູ້ມີຄວາມຄ່ຽມຄົມ, ອ່ອນນ້ອມຖ່ອມຕົວ ຕາມມາລະຍາດຂອງບັນພະຊິດ ແລະ ມີຄວາມຊື່ສັດ ສຸຈະຣິດ, ມີຄວາມເສຍສະຫຼະສູງ, ມີຄວາມສາມັກຄີກວ້າງຂວາງ ແລະ ຖືຜົນປະໂຫຍດສ່ວນລວມ ຫຼາຍກວ່າຜົນປະໂຫຍດສ່ວນຕົວ; ເປັນຜູ້ມີຄວາມດຸໝັ່ນ ຂະຫຍັນພຽນ, ບຸກໜ້າບືນຕົວ ສໍາເລັດທຸກໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ; ບໍ່ປະກອບຊຶ່ງ ຕິຣັດສານະວິດຊາ ທີ່ຂັດກັບຫຼັກ ພຣະທັມມະວິນັຍ; ເປັນພຣະສົງທີ່ມີຄຸນນະວຸດ; ເປັນຜູ້ມີຄວາມຮູ້, ຄວາມສາມາດທາງດ້ານ ພຣະທັມມະວິນັຍ ແລະ ດ້ານອື່ນໆ ທີ່ກ່ຽວຂ້ອງ ໃນລະດັບ ທີ່ແນ່ນອນ; ເປັນຜູ້ເຄີຍດຳລົງຕຳແໜ່ງ ໃນຄະນະບໍລິຫານງານພຣະສົງ ຫຼາຍສະໄໝ; ເປັນຜູ້ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຈາກຄະນະສົງ, ພຸດທະສາສະນິກະຊົນ ທັງເປັນຜູ້ນໍາພາສາສະນະກິດ ແລະ ປະກອບສ່ວນເຂົ້າໃນວຽກງານໄດ້ດີ ຕະຫຼອດມາ; ກຳແໜ້ນແນວທາງນະໂຍບາຍ, ເຄົາລົບ ແລະ ປະຕິບັດຕາມລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.

ເມື່ອພິຈາລະຢ່າງຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ແມ່ນມີເງື່ອນໄຂ ແລະ ມາດຕະຖານ ຄົບຖ້ວນຫຼາຍດ້ານ. ສະນັ້ນ ທາງຄະນະບໍລິຫານງານ ພຣະສົງຈຶ່ງເຫັນສົມຄວນວ່າ ມອບຖວາຍຕຳແໜ່ງປະທານ ສູນກາງ ອພສ ໃຫ້ແກ່ພຣະອາຈານໃຫຍ່. ໂດຍເພື່ອເປັນຮັບຮອງ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໃນຄັ້ງນີ້ ຂໍ ສະເໜີຕໍ່ຜູ້ແທນກອງປະຊຸມວິສາມັນຄົບກັມມະການບໍລິຫານງານ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ກ່າວອະນຸໂມທະນາສາທຸການ ພ້ອມໆກັນເທີ້ນ: ສາທຸ ສາທຸ ສາທຸ.
ຂໍນະມັດສະການ ຂໍຂອບໃຈ
#ຂ່າວຈາກ: ອພສ ສູນກາງ

ຮູບພາບທັງໝົດ (6 ຮູບ)

ຮູບກິດຈະກຳ 1
1/6
ຮູບກິດຈະກຳ 2
2/6
ຮູບກິດຈະກຳ 3
3/6
ຮູບກິດຈະກຳ 4
4/6
ຮູບກິດຈະກຳ 5
5/6
ຮູບກິດຈະກຳ 6
6/6

ແຊຣ໌ຂ່າວນີ້

Facebook Messenger WhatsApp